ມີຜູ້ເສຍຊີວິດ 15 ຄົນຈາກເຫດການໂຈມຕີຂອງກຸ່ມກໍ່ການຮ້າຍໃນປາກິດສະຖານ
ໜັງສືພິມກອງທັງປະຊາຊົນຫວຽດນາມລາຍງານໃຫ້ຮູ້ເມື່ອວັນທີ 30 ມັງກອນ 2024 ຜ່ານມານີ້ວ່າ: ເຫດການໂຈມຕີ 3 ຄັ້ງ
ໃສ່ຄຸກແຫ່ງໜຶ່ງໃນແຂວງ ບາໂລຈິດສະຖານ, ທາງທິດຕາເວັນອອກຂອງ ປາກິດສະຖານ ໂດຍກຸ່ມກໍ່ການຮ້າຍພາຍໃນພື້ນທີ່ ໄດ້ເຮັດ
ໃຫ້ມີຜູ້ເສຍຊີວີດຢ່າງໜ້ອຍ 15 ຄົນ.
ລາຍງານໄດ້ໃຫ້ຮູ້ວ່າ: ກຸ່ມກໍ່ການຮ້າຍ ໄດ້ບຸກໂຈມຕີໃສ່ຄຸກແຫ່ງດັ່ງກ່າວ ດ້ວຍການຍິງລູກສອນໄຟ ແລະ ຈຸດລະເບີດສະຫຼະຊີບ.
ຕໍ່ກັບເຫດການດັ່ງກ່າວ, ກຳລັງປ້ອງກັນຊາດຂອງປາກິດສະຖານ ໄດ້ຈັດວາງກຳລັງເຂົ້າປາບປາມ ແລະ ສະກັດກັ້ນກຸ່ມດັ່ງກ່າວ ເຊິ່ງສາ
ມາດຈັບຕົວສະມາຊິກກຸ່ມດັ່ງກ່າວໄດ້ຈຳນວນໜຶ່ງ.
ປັດຈຸບັນ, ກຸ່ມກະບົດຂອງກອງທັບປົດປ່ອຍບາໂລຈິດສະຖານ (BLA), ເຊິ່ງເປັນອົງການ ທີ່ບໍ່ຂຶ້ນກັບລັດຖະບານຂອງປາກິດສະ
ຖານ ໄດ້ອອກມາກ່າວສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນແລ້ວ.ເຫດການໂຈມຕີດັ່ງກ່າວ ແມ່ນເຫດການກໍ່ການຮ້າຍທີ່
ຮ້າຍແຮງໜຶ່ງ ທີ່ກໍ່ຂຶ້ນໂດຍກຸ່ມກະບົດໃນປີນີ້. ການບຸກໂຈມຕີດັ່ງກ່າວ ເປັນການຕອບໂຕ້ຄືນການກະທຳຂອງ ປາກິດສະຖານທີ່ໂຈມຕີ
ທາງອາກາດ ໃສ່ບ່ອນລີ້ຊ້ອນຂອງກຳລັງກຸ່ມດັ່ງກ່າວໃນ ອີຣານ ເມື່ອຕົ້ນເດືອນ ມັງກອນ ປີ 2024 ນີ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/02/2024